Quick Lane

ການຕັ້ງສູນຖ່ວງລໍ້

ການຂັບຂີ່ລົດທາງທີ່ບໍ່ພຽງ ຫຼື ມີຂຸມເລືກ ອາດເຮັດໃຫ້ສູນລໍ້ລົດເສີຍ ເປັນເຫດເຮັດໃຫ້ລົດເຈີດ ຊາຍ ຂວາ ເວລາຂັບຂີ່ ການຂັບຂີ່ ໃນສະພາບສູນລໍ້ເສີຍ ຈະເຮັດໃຫ້ອາຍຸການໃຊ້ງານຢາງຫຼຸດລົງ ແລະ ອັດຕາການກິນນ້ຳມັນຂອງເຄື່ອງຈັກເພີ່ມຂື້ນ. ຫາກທ່ານສັງເກດເຫັນບັນຫາເຫຼົ່ານີ້ ທ່ານສາມາດເອົາລົດເຂົ້າມາເຊັກ ແລະ ຕັ້ງສູນລໍ້ໃໝ່ ທີ່ສູນບໍລິການ ລາວຄວິກເລນຂອງພວກເຮົາທີ່ມີທີມງານຊ່າງເຕັກນິກທີ່ມີປະສົບການສູງທາງດ້ານຕັ້ງສູນລໍ້ ທີ່ສາມາດປັບຕຳແໜ່ງທີ່ເໝາະສົມໃຫ້ກັບລົດຂອງທ່ານ ເຮັດໃຫ້ລົດຂອງທ່ານມີປະສິດທິພາບໃນການຂັບຂີ່ດີກວ່າ ແລະ ປະຢັດນ້ຳມັນ.

ຢາງລົດ

ຫາກວ່າທ່ານກຳລັງແນມຫາຂໍ້ສະເໜີດີໆໃນການປ່ຽນຢາງ ກວດສອບສະພາບຢາງ ຕັ້ງສູນ ແລະຖ່ວງລໍ້ ພ້ອມການສະຫຼັບຢາງທີ່ຄວິກເລນ ໂດຍທີມງານມືອາຊີບນອກຈາກນັ້ນເຮົາຍັງມີຢາງຊັ້ນນຳໄວ້ໃຫທ່ານໄດ້ເລືອກຫຼາກຫຼາຍເຊັ່ນ : Bridgestone, GT, Maxxis, Continental

Email: Sombath.b@laoquicklane.com

Tel: 020-2221 7143

Connect with Us: