Quick Lane

ອາໄຫລ່ຄຸນນະພາບທີ່ທ່ານວາງໃຈໄດ້

ອອມນິຄາບ ເປັນແບຣນອາໄຫລ່ທົດແທນເກຣດພຣີມ້ຽມ ທີ່ຈຳໜ່າຍອາໄຫລ່ຫຼາກຫຼາຍລຸ້ນ ຫຼາຍຍີ່ຫໍ້ ຄວາມຮູ້ກ່ຽວກັບອາໄຫລ່ຕ່າງໆຂອງລົດທີ່ສັ່ງສົມສືບທອດມາດົນນານກວ່າໜື່ງທົດສະວັດເຮັດໃຫ້ ອອມນິຄາບສາມາດນຳສະເໜີສິນຄ້າຄຸນນະພາບດີທີ່ເຂົ້າກັນໄດ້ພໍດີກັບລົດລຸ້ນຕ່າງໆ ແລະຍັງໄດ້ຮັບເລືອກໃຫ້ເປັນສິນຄ້າຄຸນນະພາບອີກນຳ

Introducing the Omnicraft All Makes Battery Range

  • Covering an extensive range of model applications suited to passenger cars, light commercial vehicles and heavy trucks.
  • Manufactured to high standards utilizing flooded lead acid technology, delivering optimum power and low maintenance required.
  • Designed and manufactured to deliver dependable and long-lasting performance.

ຂໍ້ໄດ້ປຽບຂອງອາໄຫລ່ ອອມນິຄາບ

ບໍລິການຕິດຕັ້ງຟຣີ ເມື່ອຊື້ສິນຄ້າແລະເຂົ້າມາໃຊ້ບໍລິການທີສູນບໍລິການຄວິກເລນ ມີສຳລັບລົດຫຼາກຫຼາຍລຸ່ນແລະຈຳໜ່ານໃນລາຄາຖືກ
ສ່ວນປະກອບຜະລິດຂື້ນຢ່າງແມ້ນຢຳ ແລະ ອາຍຸການໃຊ້ງານຍາວນານ
ຮອງຮັບ ແລະ ສຳໜັບສະໜູນໂດຍ ບໍລິສັດ ຟອດຄອມປານີ

ຄຸນລັກສະນະ ຂອງຜ້າເບຣກ ອອມນິຄາບ

ວັດສະດຸເນື້ອຜ້າເບຣກທີ່ສ້າງແຮງສຽດທານໄດ້ດີເໝາະສຳລັບລົດທຸກລຸ້ນທຸກຍີ່ຫໍ້ ແລະ ສະພາວະການໃຊ້ງານທີ່ຫຼາກຫຼາຍ

  • ຜ້າເບຣກ NAO ໄດ້້ຮັບການອອກແບບໃຫ້
    • ມີຄວາມອ່ອນໂຍນຕໍ່ຈານເບຣກ ເພື່ອໃຫ້ມີອາຍຸການໃຊ້ງານໄດ້ຍາວນານ
    • ສຽງເບຣກທີ່ງຽບ ແລະ ມີຝຸ່ນໜ້ອຍ
  • ຜ້າເບຣກກືງໂລຫະ ໄດ້ຮັບການອອກແບບມາໃຫ້
    • ມີການດູດຊັບຄວາມຮ້ອນສູງຊ່ວຍດືງຄວາມຮ້ອນອອກຈາກລະບົບເບຮກ
    • ເບຣກຕໍ່ເນື່ອງໝັນຄົງເຮັດວຽກໄດ້ດີເຖິງວ່າໃນຊ້ວງອຸນຫະພູມຕ່ຳ
  • ອອກແບບມາໃຫ້ມີຄຸນນະພາບຄົງທົນ ແລະ ມີປະສິດທິພາບການໃຊ້ງານທີ່ໝັ້ນຄົງ
  • ເບຣກລົດຢ່າງຊົງພະລັງ ແລະ ໄວ້ໃຈໄດ້
  • ພະລິດຈາກອັນລອຍ ຫຼືໂລຫະປະສົມຫຼາຍຊະນິດເພື່ອໃຫ້ກະຈາຍຄວາມຮ້ອນໄດ້ດີ ແລະ ຍືດອາຍຸການໃຊ້ງານຂອງຈານເບຣກ
  • ວັດຄວາມສົມດຸນດ້ວຍເຄື່ອງ ເພື່ອໃຫ້ຈານເບຣກເຮັດວຽກໄດ້ຢ່າງມີປະສິດທິພາບ
  • ຄ່າຄວາມລຽບຂອງຈານເບຣກທີ່ແມ່ນຢຳ ຊ່ວຍລົດອາການເບຣກສັ່ນ

ຄຸນລັກສະນະ ກອງນ້ຳມັນເຄື່ອງ ອອມນິຄາບ

ຕົວກອງມີຄຸນນະພາບກອງສູງ ແລະ ມີຄວາມຄົງທັນເຮັດໜ້າທີ່ກອງສິ່ງທີ່ເປື້ອນຕ່າງໆອອກເພື່ອຊ່ວຍປ້ອງກັນເຄື່ອງຈັກ
ວາວລະບາຍຄວນດັນທີ່ຊ່ວຍຮັກສາລະດັບນ້ຳມັນເຄື່ອງ ໃຫ້ກັບເຄື່ອງຈັກພາຍໃຕ້ສະພາວະໃຊ້ງານທີ່ໜັກໜ່ວງທີ່ສຸດ
ຝາຄອບຊ່ວຍຮັກສາຄວາມຖີ່ຂອງຮ່ອງຕາມຮອຍພັບໃຫ້ສະເໝີກັນເພື່ອປະສິດທິພາບໃນການໄຫຼວຽນຂອງ
ນ້ຳມັນ ວາວລະບາຍແຮງດັນທີ່ຊ່ວຍລະບາຍແຮງດັນໃນກໍລະນີໃສ້
ກອງອຸດຕັນເພື່ອປ້ອງກັນເຄື່ອງຈັກບໍ່ໃຫ້ ເກີດຄວາມເສີຍຫາຍຫຼາຍ

ສຳລັບໃນກໍລະນີສີນຄ້າມີຂໍ້ບົກພ່ອງເທົ່ານັ້ນ ຕ້ອງເປັນຜູ້ຊື້ສິນຄ້າດ້ວຍຕົນເອງ ແລະ ມີໃບເສັດຮັບເງິນຍືຍຍັນ ແລະ ຕະຫຼອດອາຍຸການໃຊ້ງານແບບຈຳກັດເປັນໄປຕາມໄລຍະເວລາທີ່ລະບຸໃນຄູ່ມື
*Not applicable on all models; specific part numbers only.

ຄຸນລັກສະນະ ໃສ້ກອງອາກາດ ອອມນິຄາບ

ອອກແບບມາແມ່ນຕາມມາດຕະຖານລະດັບສູງເພື່ອຄຸນນະພາບກອງທີ່ດີ
ກອງເມົາຕີໄຟເບີຄວາມໜາແໜ້ນສູງປົກປ້ອງເຄື່ອງຍົນຈາກຟຸ່ນ
ດັກຝຸ່ນຈາກອາກາດທີ່ເປັນອັນຕະລາຍແລະຊ່ວຍປ້ອງກັນການເຊື່ອມສະພາບຂອງເຄື່ອງຈັກ
ອອກແບບມາເພື່ອຊ່ວຍເພິ່ມສະມັດທະນະ ແລະ ປະສິດທິພາບຂອງເຄື່ອງຈັກ
ໃຊ້ກາວລ໋ອກຈີບກອງອາກາດເພື່ອໃຫ້ມີການໄຫຼວຽນຂອງອາກາດ ທີ່ສະໝ່ຳສະເໝີລົດການອຸດຕັນ
ຈີບພັບແລະກາວລ໋ອກຈີບຊ່ວຍໃຫ້ໃສ້ກອງດັກສິ່ງເປື້ອນໄດ້ດີຂື້ນ ແລະ ມີອາຍຸການໃຊ້ງານຍາວນານ

ສຳລັບໃນກໍລະນີສີນຄ້າມີຂໍ້ບົກພ່ອງເທົ່ານັ້ນ ຕ້ອງເປັນຜູ້ຊື້ສິນຄ້າດ້ວຍຕົນເອງ ແລະ ມີໃບເສັດຮັບເງິນຍືຍຍັນ ແລະ ຕະຫຼອດອາຍຸການໃຊ້ງານແບບຈຳກັດເປັນໄປຕາມໄລຍະເວລາທີ່ລະບຸໃນຄູ່ມື
*Not applicable on all models; specific part numbers only.

ອອມນິຄາບເປັນຊະມາຊິກນ້ອງໃໝ່ໃນສາຍການຜະລິດອາໄຫຼ່ຂອງຟອດ ໂດຍການນຳສະເໜີອາໄຫຼ່ທີຄົງທົນ ແລະ ລາຄາຈັບຕ້ອງໄດ້ ເຊິ່ງໄດ້ຮັບການອອກແບບມາໃຊ້ໃນການສ້ອມແປງລົດທີ່ບໍ່ໄດ້ໃຊ້ແບຣນຟອດ ແລະ ລິນຄອນ ໂດຍອອມນິຄາບຈະແຂ່ງຂັນກັບຜູ່ຜະລິດອາໄຫຼ່ທົດແທນເຈົ້າຫຼັກທີ່ມີຢູ່ໃນຕະຫຼາດ ທັງໃນດ້ານລາຄາ ຄຸນນະພາບ ແລະ ການຮັບປະກັນສິນຄ້າ

ເນື່ອງຈາກຂອບເຂດຂອງອາໄຫຼ່ທົດແທນ ມີຄວາມແຕກຕ່າງກັນ ຂື້ນຢູ່ກັບຊະນິດຂອງຜະລິດຕະພັນ ແລະ ເພື່ອໃຫ້ຢູ່ໃນຕຳແໜ່ງທີ່ດີກ່ວາຄູ່ແຂ່ງໃນຕະຫຼາດ ເຮົາຈື່ງກຳນົດການຮັບປະກັນໃຫ້ສອດຄ່ອງກັບປະເພດຂອງສິນຄ້າເປັນລາຍຊະນິດໄປ ເຊື່ງສິນຄ້າອອມນິຄາບນັ້ນມີການຮັບປະກັນທຽບເທົ່າຫຼືເໜືອກ່ວາອາໄຫຼ່ທົດແທນປະເພດຕ່າງໆ ສ່ວນໃຫຍ່ໃນຕະຫຼາດ ແລະ ນີ້ຄືສະຫຼຸບຈຸດເດັ່ນຂອງການຮັບປະກັນຂອງເຮົາ ຫາກຕ້ອງການຂໍ້ມູນເພີ່ມເຕີມສາມາດສອບຖາມເຖິງຄູ່ມືນະໂຍບາຍ ແລະ ການ ຮັບປະກັນຂອງອອມນິຄາບ ໄດ້ທີ່ສູນບໍລິການສ້ອມແປງລົດ ຄວິກເລນ

ການໃຊ້ຄວາມຄຸ້ມຄອງ

ອອມນິຄາບ ເປັນແບຣນອາໄຫຼ່ຄຸນນະພາບສູງ ສຳລັບລົດທຸກລຸ້ນທຸກຍີ່ຫໍ້ ກໍລະນີຕໍ່ໄປນີ້ ແມ່ນການຮັບປະກັນທີ່ກ່ຽວຂ້ອງ

ສຳຄັນ

  • ເມື່ອມີການປ່ຽນອາໄຫຼ່ໃໝ່ ຫຼື ປ່ຽນທົດແທນພາຍໃຕ້ການຮັບປະກັນ ອາໄຫຼ່ທີ່ປ່ຽນແທນຈະຮັບຊ່ວງຕໍ່ຈາກໄລຍະເວລາການປະກັນທີ່ເຫຼືອຢູ່ຂອງອາໄຫຼ່ກ່ອນນ້າເທົ່ານັ້ນ ໄລຍະເວລາທີ່ຮັບປະກັນຈະບໍ່ໄດ້ເລີ່ມຕົ້ນໃໝ່ ແລະບໍ່ລວມເຖິງການສ້ອມແປງພາຍຫຼັງນຳ
  • ການເຄຣມປະກັນອາໄຫຼ່ຂອງອອມນິຄາບ ຈຳເປັນຕ້ອງມີລະຫັດປະຕິບັດງານບໍລິການ ແລະ ຂໍ້ມູນໃນການຕິດຕັ້ງອາໄຫຼ່ຢູ່ໃນລະບົບການຈັດການຮ້ານ

ຮັບປະກັນພື້ນຖານຕະຫຼອດອາຍຸການໃຊ້ງານ

ການຮັບປະກັນພື້ນຖານຕະຫຼອດອາຍຸການໃຊ້ງານ ຂອງສິນຄ້າອອມນິຄາບ ຄວບຄຸມສະເພາະໃນກໍລະນີຄວາມເສີຍຫາຍອັນເກີດຈາກຄວາມບົກພ່ອງຂອງວັດສະດຸທີ່ໃຊ້ ຫຼື ຄຸນນະພາບຂອງສິນຄ້າ

ພາຍໃຕ້ການໃຊ້ງານປົກກະຕິແລະມີການຕິດຕັ້ງຢ່າງຖືກຕ້ອງ ການຮັບປະກັນນີ້ຂື້ນຢູ່ກັບຂໍ້ຕົກລົງ ແລະເງື່ອນໄຂ

ແລະ ຂໍ້ຈຳກັດໃນການຄຸ້ມຄອງຕາມຂໍ້ຄວາມທີ່ຢູ່ດ້ານລ່າງ ແລະ ໃຊ້ສຳລັບຜູ້ທີ່ຊື້ສິນຄ້າດ້ວຍຕົນເອງເທົ່ານັ້ນ ບໍ່ສາມາດສົ່ງຕໍ່ໃຫ້ບຸກຄົນອື່ນໄດ້ ອ້າງອີກຂອງອາໄຫຼ່ແຕ່ລະຢ່າງ

ຜູ້ຊື້ສິນຄ້າດ້ວຍຕົວເອງໝາຍເຖິງ: ບຸກຄົນຜູ້ທີ່ເຂົ້າມາໃຊ້ບໍລິການທີ່ສູນບໍລິການຄວິກເລນ ແລະ ຈຳເປັນຕ້ອງມີຫຼັກຖານໃນການໃຊ້ບໍລິການ ແລະ ປ່ຽນອາໄຫຼ່ທີ່ເປັນຕົ້ນສະບັບເທົ່ານັ້ນ


ຂໍ້ຈຳກັດໃນການຮັບປະກັນ

ອ້າງອີງກັບເງື່ອນໄຂຂອງອາໄຫຼ່ອອມນິຄາບ ສຳລັບຄວາຄຸ້ມຄອງຂອງສິນຄ້າແຕ່ລະຢ່າງ

ຄຳຮ້ອງຂໍໃນການຊົດເຊີຍຕ້ອງມີໝາຍເລກທະບຍນການປະຕິບັດງານ ແລະ ມີລາຍລະອຽດລະບຸຢ່າງຊັດເຈນກ່ຽວກັບການສ້ອມແປງ

ອາໄຫຼ່ທັງໝົດຕ້ອງມີການສົ່ງຄືນໃຫ້ຄວິກເລນຫາກມີການເຄຣມ

ມີໃບເສັດຮັບເງິນໂຕຈິງ ແລະ ເປັນເຈົ້າຂອງຜູ້ໃຂ້ບໍລິການ

NOTE: No coverage for customer abuse, damage due to modifications or the component installed improperly.

ການບຳລຸງຮັກສາ / ອາໄຫລ່ຫຼຸຍຫ້ຽນ

ການຮັບປະກັນອາໄຫຼ່ໃຊ້ສຳລັບໃນກໍລະນີທີ່ສິນຄ້າມີຄວາມບົກພ່ອງເທົ່ານັ້ນ ການຮັບປະກັນບໍ່ຄວບຄຸມເຖິງຄວາມເສຍຫາຍທີ່ເກີດຈາກການຫຼຸ້ຍຫ້ຽນທີ່ເກີດຈາກການໃຊ້ງານປົກກະຕິຫຼືການບໍ່ບຳລຸງຮັກສາຕາມໄລຍະ

ຕົວຢ່າງຂອງສະພາບສິນຄ້າ ທີ່ບໍ່ຢູ່ໃນການຮັບປະກັນສ້ອມບຳລຸງ

  • ໃສ້ກອງນ້ຳມັນເຄື່ອງ ກອງອາກາດ ມີການອຸດຕັນອັນເນື່ອງມາຈາກການໃຊ້ງານປົກກະຕິ ຫຼື ໃຊ້ງານໜັກ
  • ຜ້າເບຣກ ກາບເບຣກ ມີສຽງເມື່ອແຕະເບຣກເທື່ອທຳອິດ ຕອນເຊົ້າ ເຊິ່ງມາສາເຫດຈາກຄວາມຊື້ນແລະຜ້າເບຣກມີອຸນຫະພູມຕ່ຳ
  • ຜ້າເບຣກມີການເຊື່ອມສະພາບ ຂອງວັດສະດຸຜ້າດິດເບຣກເນື້ອວັດສະດຸຜ້າເບຣກ
  • ຈາກເບຣກ ຝາຄອບເບຣກ ມີຝຸ່ນເທິງພື້ນຜິວ ມີຮອຍຂູດຂີດ ຮ່ອງອັນເປັນຜົນມາຈາກການໃຊ້ງານປົກກະຕິ ຫຼື ຈາກການເຈຍຫຼືຖອດປ່ຽນໃນລະຫວ່າງທີ່ມີການປ່ຽນຜ້າເບຣກຕາມສະພາບການໃຊ້ງານ ແລະ ການບຳລຸງຮັກສາທົ່ວໄປ