Quick Lane

ລາວຄວິກເລນ ສູນບໍລິການລົດຍົນວອງໄວ ທັນໃຈ

ຄວິກເລນ ສູນບໍລິການລົດຍົນວອງໄວ ທັນໃຈ ໄດ້ສ້າງຕັ້ງຂຶ້ນໃນວັນທີ 11 ທັນວາ 2013 ຢູ່ປະເທດລາວ

ຄວິກເລນເປັນສູນບໍລິການສ້ອມແປງລົດຍົນທີ່ໄດ້ມາດຕະຖານ ພ້ອມທີ່ຈະສອມແປງລົດທຸກລຸ້ນທຸກຍີ່ຫໍ້ໂດຍນາຍຊ່າງມືອາຊີບ ແລະ ເປັນກັນເອງ ໃຫ້ທ່ານໝັ້ນໃຈໄດ້ໃນຜະລິດຕະພັນການບໍລິການທີ່ມີຄຸນນະພາບ ແລະ ການສ້ອມແປງທີ່ມະປະສິດຕິພາບຈາກທີມນາຍຊ່າງທີ່ມີປະສົບການຜ່ານການຝຶກອົບຮົມມາເປັນຢ່າງດີ ແລະ ນໍາໃຊ້ເຕັກໂນໂລຊີເຊັ່ນ: ປ່ຽນຖ່າຍນ້ຳມັນເຄື່ອງ, ກັ່ນຕອງ, ຢາງລົດ, ການກວດສອບລະບົບເບຣກ ແລະ ລະບົບຊ່ວງລາງຂອງລົດ ບໍ່ວ່າຈະເປັນຫມໍ້ໄຟແລະການກວດເຊັກລົດອື່ນໆ. ຄວບຄຸມຫຼາຍກ່ວາ 14 ກຸ່ມ.

ຄວິກເລນ ພ້ອມທີ່ຈະບໍລິການສອມແປງລົດທຸກລຸ້ນທຸກຍີຫໍ້ໂດຍນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການສ້ອມແປງລົດຂອງທ່ານ ໂດຍການກວດເຊັກລະບົບຕ່າງໆຂອງໂຕລົດທຸກຄັ້ງ ແລະ ໝັ້ນໃຈໄດ້ວ່າລົດຂອງທ່ານຈະຢູ່ໃນສະພາບທີ່ສົມບູນ ແລະ ສະດວກ, ວ່ອງໄວ, ເຊິ່ງແມ່ນສິ່ງທີ່ດີໆທີ່ລູກຄ້າທຸກຄົນຈະໄດ້ຮັບຈາກຄວິກເລນ ແລະ ພວກເຮົາຍັງມີຊິ້ນສ່ວນອາໄຫ່ລຂອງແທ້ຫຼາຍຍີ່ຫໍ້ ທີ່ຈະສ້ອມແປງລົດຂອງທ່ານທຸກລຸ້ນທຸກຫຍີ່ຫໍ້, ໂດຍການນໍາໃຊ້ເຄື່ອງມືອຸປະກອນທີໄດ້ມາດຕະຖານເຊັ່ນ Motorcraft®, Goodyear, Bridgestone, Continental, Michelin, ແລະອື່ນໆອີກ.

ເປັນຫຍັງຄວິກເລນຈື່ງເຮັດໃຫ້ຊິວິດທ່ານງ່າຍຂື້ນ

ພະນັກງານ ແລະ ນາຍຊ່າງສອມແປງຂອງຄວິກເລນ ແມ່ນໄດ້ຜ່ານການຝຶກອົບຮົມຈາກໂຮງງານເພື່ອຮັບປະກັນຄວາມຊໍານານໃນການສ້ອມແປງລົດຂອງທ່ານ. ນອກນັ້ນພວກເຮົານໍາໃຊ້ເຕັກໂນໂລຊີແລະອຸປະກອນທີ່ທັນສະໄໝແລະເຄື່ອງມືທີ່ເຫມາະສົມກັບລົດຂອງທ່ານ. ແລະພວກເຮົາຍັງໄດ້ໃຊ້ຊິ້ນສ່ວນອາໄຫ່ລແທ້ ແລະ ເຄື່ອງມືແທ້ຈາກໂຮງງານເພື່ອໃຫ້ລົດຂອງທ່ານມີຄຸນນະພາບທີ່ດີສຸດ ແລະ ປະສິດຕິພາບສູງສຸດ.

  • ຄວາມເປັນອິດສະຫຼະສ່ວນໂຕໃນການເລືອກສະຖານທີ່ສ້ອມແປງ

  • ເຊື່ອຖືໄດ້, ກັບນາຍຊ່າງສອມແປງທີ່ຜ່ານການຝຶກອົບຮົມ

  • ເຄື່ອງມືທີ່ທັນສະໄໝ

  • ລາຄາທີ່ເໝາະສົມ

  • ເຫັນແລ້ວກໍ່ສຳພັດເຖິງຄວາມອິດສະຫລະໃນການສ້ອມແປງ

  • ລິບຍົກລົດສະເພາະ

  • ປ້າຍທີ່ເປັນເອກະລັກສະເພາະ

  • ມີຜູ້ຈັດການສ່ວນໂຕ

  • ມີນາຍຊ່າງສອມແປງສ່ວນໂຕ

  • ສະດວກສະບາຍໃນເວລາຮັບບໍລິການ

ຕິດ​ຕໍ່​ພວກ​ເຮົາ

Email: Sombath.b@laoquicklane.com

Tel: 020-2221 7143

Connect with Us: